ສະຖານທີ່: ແຂວງ ອັດຕະປື
ປີ: ເດືອນ ກຸມພາ 2013
Children Dehusking Rice
Place:Attapeu
Year: February 2013
ພວກເຮົາມາຮອດບ້ານແຫ່ງໜຶ່ງໃນແຂວງອັດຕະປືໃນຕອນບ່າຍ, ກ່ອນຊິມືດ.ເດັກນ້ອຍກໍາລັງຕໍາເຂົ້າເພື່ອກິນແລງ. ເຂົາເຈົ້າຕໍາລົງໃສ່ຄົກເປັນຈັງຫວະເພື່ອໃຫ້ໄດ້ເຂົ້າຂາວ. ມັນເປັນວຽກທີ່ຂ້ອນຂ້າງໜັກ, ແຕ່ວ່າເດັກນ້ອຍມີຄວາມສຸກທີ່ໄດ້ເຮັດວຽກໃກ້ກັບແມ່ຂອງເຂົາເຈົ້າ, ຜູ້ທີ່ກໍາລັງເອົາເດັກນ້ອຍທີ່ນ້ອຍກວ່າ.
ຫຼັງຈາກທີ່ຕໍາດ້ວຍສາກ, ກໍ່ເອົາມາໃສ່ກະດົ້ງທີ່ສານດ້ວຍໄມ້ໄຜ່, ແລະ ຟັດເພື່ອເອົາເປືອກເຂົ້າ ແລະ ສິ່ງເປີເປື້ອນອື່ນໆອອກ.
ບ້ານດັ່ງກ່າວໄດ້ຖືກໝາຍໃຫ້ຍົກຍ້າຍເນື່ອງຈາກການກໍ່ສ້າງເຂື່ອນ ແລະ ອາດຈະບໍ່ມີບ້ານນີ້ອີກແລ້ວ.
ປະຊາຊົນໃນເມືອງເວົ້າວ່າບ່ອນຍົກຍ້າຍຈັດສັນເປັນບ່ອນທີ່ດີ, ແຕ່ຊາວບ້ານເອງຄິດແນວໃດ?
We arrived at a village in Attapeu Province late in the afternoon, just before dark.
Some children were dehusking rice for dinner. They were rhythmically thrusting down the pestle to grind the unhulled rice in the mortar. It was quite hard work, but the children were happily working next to their mothers, who were taking care of the smaller children.
After being dehusked with the pestle, the rice is placed in a flat basket woven from bamboo, called a gadun, and winnowed to remove the rice husks and other impurities.
The village was marked for relocation due to construction of a dam and probably no longer exists.
People in the town said the relocation site was a good place, but what do the villagers think?
ການອະນຸຍາດໃຫ້ໃຊ້ຮູບຢູ່ໃນເວັບໄຊນີ້
Mekong Watch ຖືລິຂະສິດຕໍ່ກັບຮູບພາບທັງໝົດຢູ່ໃນເວັບໄຊນີ້.
ກະລຸນາຕິດຕໍ່ຫາພວກເຮົາທີ່ info@mekongwatch.org ຖ້າທ່ານຕ້ອງການໃຊ້ຮູບຖ່າຍ ຫຼື ວິດີໂອຢູ່ໃນເວັບໄຊ ຫຼືກ່ຽວຂ້ອງກັບເວັບໄຊນີ້.
Permission to use images on this website