ສະຖານທີ່ : ເມືອງ ຈອມເພັດ, ແຂວງ ຫຼວງພະບາງ
ປີ : 2009
Mekong River Moss
Place:Jomphet District, Luang Pabang
Year : 2009
ໄຄນໍ້າຂອງອອກເມື່ອລະດັບນໍ້າຫຼຸດລົງ ແລະ ແສງສະຫວ່າງສ່ອງລົງຮອດພື້ນນໍ້າ ໃນລະດູແລ້ງ. ໃນຊ່ວງເວລານັ້ນ, ປົກກະຕິແລ້ວແມ່ນໍ້າຂອງທີ່ຂຸ່ນດ້ວຍຝຸ່ນຕົມມີຄວາມໃສຂຶ້ນຫຼາຍ.ໄຄເປັນອາຫານພິເສດຂອງຫຼວງພະບາງ ແລະ ໃຊ້ເປັນສ່ວນປະກອບຂອງອາຫານທ້ອງຖິ່ນ. ເນື່ອງຈາກຫຼວງພະບາງກາຍເປັນເມືອງມໍລະດົກໂລກ, ໄຄແຫ້ງ, ເຮັດເປັນແຜ່ນບາງ ຄ້າຍຄື ກັບ ສາລາຍທະເລຢູ່ໃນຍີ່ປຸ່ນ ແລະ ເກົາຫຼີ, ໄດ້ຜະລິດເພື່ອຕອບສະໜອງກັບຈຳນວນນັກທ່ອງທ່ຽວທີ່ເພີ່ມຂຶ້ນຢ່າງໄວວາ. ອຸປະກອນເຮັດເຈ້ຍແບບບູຮານໄດ້ໃຊ້ເຂົ້າໃນຂະບວນການນີ້. ກ່ອນທີ່ຈະຕາກໃຫ້ແຫ້ງ, ແກ່ນໝາກງາ, ໝາກເລັ່ນ ແລະ ຜັກທຽມທີ່ຊອຍບາງໆໄດ້ຢອງໃສ່ເທິງແຜ່ນໄຄ.
ໃນປີ 2009, ຊາວບ້ານເວົ້າວ່າຈໍານວນໄຄໃນແມ່ນໍ້າຂອງໄດ້ຫຼຸດລົງຢ່າງຫຼວງຫຼາຍ. ທັງນີ້ກໍ່ຍ້ອນມີການໄຫຼເອົາໄຄອອກໄປຈາກການປ່ອຍນໍ້າໃນເຂື່ອນຂອງຈີນທີ່ຢູ່ຕອນເທິງໄຫຼລົງມາ. ຊາວບ້ານໄດ້ຊື້ໄຄຈາກແມ່ນໍ້າບ່ອນອື່ນ, ເຊັ່ນຢູ່ໃນແຂວງຊຽງຂວາງ, ແຕ່ຜູ້ຄົນເວົ້າວ່າໄຄຈາກແມ່ນໍ້າຂອງແມ່ນແຊບກວ່າ.
ຜົນກະທົບຂອງການສ້າງເຂື່ອນໃສ່ແມ່ນໍ້າຂອງເລີ່ມມີຄວາມຊັດເຈນຫຼາຍຂຶ້ນຈາກເວລານັ້ນ.
Mekong River moss grows when the water level drops and light reaches the riverbed in the dry season. Around that time, the normally muddy water of the Mekong River becomes more transparent. The river moss, called kai, is a specialty of Luang Pabang and is used as an ingredient in local cuisine. Since Luang Pabang became a World Heritage site, dried moss, made in thin sheets like seaweed in Japan and Korea, has been produced for the rapidly increasing number of tourists. Tools originally used for making paper are employed for this process. Before drying, sesame seeds, thinly sliced tomato and garlic are placed on the moss sheets.
In 2009, villagers said that the amount of moss in the Mekong River was decreasing sharply. This is because river moss is washed away by the discharge of water from Chinese dams upstream. The villagers were purchasing moss from other rivers, such as those in Xiangkhouang Province, but the moss from the Mekong River is said to be more delicious.
Impacts of the construction of dams on the mainstream Mekong River became much more obvious from around that time.
ການອະນຸຍາດໃຫ້ໃຊ້ຮູບຢູ່ໃນເວັບໄຊນີ້
Mekong Watch ຖືລິຂະສິດຕໍ່ກັບຮູບພາບທັງໝົດຢູ່ໃນເວັບໄຊນີ້.
ກະລຸນາຕິດຕໍ່ຫາພວກເຮົາທີ່ info@mekongwatch.org ຖ້າທ່ານຕ້ອງການໃຊ້ຮູບຖ່າຍ ຫຼື ວິດີໂອຢູ່ໃນເວັບໄຊ ຫຼືກ່ຽວຂ້ອງກັບເວັບໄຊນີ້.
Permission to use images on this website