ສະຖານທີ່ : ແຂວງ ສະຫວັນນະເຂດ (ໃກ້ກັບອ່າງເກັບນໍ້າສຸຍ)
ປີ : 2005
Catching Fish in Floods
Place:Savannakhet (Near Sui Reservoir)
Year : 2005
ສໍາລັບຄົນລາວ, ນໍ້າຖ້ວມບໍ່ແມ່ນໄພພິບັດສະເໝີໄປ. ນາເຂົ້າທີ່ຢູ່ໃກ້ກັບແມ່ນໍ້າ ອາດຈະໄດ້ຮັບຄວາມເສຍຫາຍຈາກໄພນໍ້າຖ້ວມ, ແຕ່ການປູກເຂົ້າໃນພື້ນທີ່ ທີ່ມີລະດັບຄວາມສູງແຕກຕ່າງກັນເລັກນ້ອຍຈະປ້ອງກັນບໍ່ໃຫ້ເຂົ້າສູນເສຍໄປໝົດ. ປະຊາຊົນເວົ້າວ່າໃນຫຼາຍປີທີ່ເກີດໄພນໍ້າຖ້ວມຮ້າຍແຮງ, ຜົນຜະລິດເຂົ້າຫຼຸດລົງ, ແຕ່ເຂົາເຈົ້າໄດ້ປາຫຼາຍຂຶ້ນ. ແມ່ນແຕ່ຢູ່ໃນບ່ອນທີ່ນໍ້າຖ້ວມ, ບາງເທື່ອກໍ່ໄດ້ຫາປາ ໃນເຂດນີ້. ຜູ້ຍິງສ່ວນຫຼາຍໃຊ້ ສະດຸ້ງ ຫຼື ແຍງ , ແລະ ເດັກນ້ອຍເຕົ້າໂຮມກັນດ້ວຍເບັດຫາປາ ແລະ ອຸປະກອນອື່ນໆ. ຜູ້ຊາຍໄດ້ເຮັດຄັນຄູໃຫຍ່ຕັນບ່ອນທີ່ນໍ້າລົ້ນຈາກອ່າງເກັບນໍ້າ, ເພື່ອຈັບເອົາປາທີ່ກໍາລັງຈະໄຫຼອອກໄປ.
For Laotians, flooding is not always a disaster. Rice paddies close to rivers may be damaged by floods, but practicing rice cultivation in areas slightly different in height will prevent the rice from being completely wiped out. People say that in years of severe flooding, rice production decreases, but they get more fish instead. Even in a flood, fish are caught here and there in flooded areas. Women often use four-armed scoop nets (sadung) or nylon nets, and children gather together with fishing rods and other equipment. The adult men set up a big barrier where the water was overflowing from a reservoir, aiming to catch the fish that were being washed away.
ການອະນຸຍາດໃຫ້ໃຊ້ຮູບຢູ່ໃນເວັບໄຊນີ້
Mekong Watch ຖືລິຂະສິດຕໍ່ກັບຮູບພາບທັງໝົດຢູ່ໃນເວັບໄຊນີ້.
ກະລຸນາຕິດຕໍ່ຫາພວກເຮົາທີ່ info@mekongwatch.org ຖ້າທ່ານຕ້ອງການໃຊ້ຮູບຖ່າຍ ຫຼື ວິດີໂອຢູ່ໃນເວັບໄຊ ຫຼືກ່ຽວຂ້ອງກັບເວັບໄຊນີ້.
Permission to use images on this website