ສະຖານທີ່ : ແຂວງ ສະຫວັນນະເຂດ
ປີ : 2007
Collecting Non-Timber Forest Products (Kheesee)
Place:Savannakhet
Year : 2007
ໃນລະດູແລ້ງຢູ່ສະຫວັນນະເຂດ, ເຮົາອາດຈະເຫັນຜູ້ຍິງຍ່າງຢູ່ໃນປ່າ ແລະ ໃນທົ່ງນາຫຼັງຈາກການເກັບກ່ຽວ.ເຂົາເຈົ້າເກັບສິ່ງຕ່າງໆ, ແຕ່ໄມ້ຄ້ອນຍາວທີ່ເຫັນຢູ່ໃນຮູບນີ້ແມ່ນເຄື່ອງມືທີ່ໃຊ້ເພື່ອເກັບກ້ອນແຂງໆທີ່ເອີ້ນວ່າ ຂີ້ຊີ,ຕົ້ນໄມ້ທີ່ຢູ່ໃນຕະກຸນຍາງ.ໄມ້ຍາວນີ້ໃຊ້ເພື່ອຕີເອົາຂີ້ຊີຈາກເທິງຕົ້ນໄມ້. ຫຼາຍພື້ນທີ່ໃນແຂວງສະຫວັນນະເຂດ, ຕົ້ນໄມ້ໄດ້ຈົ່ງປະໄວ້ໃນນາເຂົ້າ. ຍ້ອນວ່າຂີ້ຊີໜຽວ, ມັນຈຶ່ງໄດ້ຖືກນຳໃຊ້ເພື່ອຕາບຮູດ້ານລຸ່ມຂອງເຮືອ.ໃນສະໄໝກ່ອນ, ປະຊາຊົນຢູ່ທີ່ນີ້ເຄີຍເຮັດຄຸເພື່ອຕັກນໍ້າໂດຍໃຊ້ຂີ້ຊີທາໃນກະຕ່າໄມ້ໄຜ່.
ເມື່ອແມ່ຍິງຄົນໜຶ່ງເອົາກະຕ່າທີ່ລາວກໍາລັງຖືໃຫ້ຂ້ອຍເບິ່ງ, ມັນມີພືດຜັກ ແລະ ໝາກໄມ້ປ່າທີ່ກິນໄດ້ນອກຈາກຂີ້ຊີ. ສັງເກດເຫັນວ່າການເກັບເຄື່ອງປ່າຂອງດົງເຮັດໃຫ້ເຂົາເຈົ້າມີຄວາມມ່ວນຊື່ນໃນຂະນະທີ່ລົມກັບໝູ່ເພື່ອນ.
In the dry season in Savannakhet, you may see women walking in the woods and in the rice fields after harvesting. They are collecting various things, but the long stick seen in this picture is a tool used to collect hardened lumps of the sap, called keesee, of trees of the family Dipterocarpaceae. This long stick is used to knock the kheesee down from upper parts of the tree. In many areas in Savannakhet, trees are left growing in rice paddies. Because kheesee is sticky, it is applied to the bottom of boats to fill in holes. In the past, the people here used to make buckets for drawing water by daubing kheesee in bamboo baskets.
When I was shown the basket a woman was carrying, it contained edible wild plants and nuts besides kheesee. I noticed that collecting forest products can also be enjoyed while chatting with friends.
ການອະນຸຍາດໃຫ້ໃຊ້ຮູບຢູ່ໃນເວັບໄຊນີ້
Mekong Watch ຖືລິຂະສິດຕໍ່ກັບຮູບພາບທັງໝົດຢູ່ໃນເວັບໄຊນີ້.
ກະລຸນາຕິດຕໍ່ຫາພວກເຮົາທີ່ info@mekongwatch.org ຖ້າທ່ານຕ້ອງການໃຊ້ຮູບຖ່າຍ ຫຼື ວິດີໂອຢູ່ໃນເວັບໄຊ ຫຼືກ່ຽວຂ້ອງກັບເວັບໄຊນີ້.
Permission to use images on this website