top of page

ຊາວປະມົງ ທີ່ຕັ້ງແຄັມພັກຢູ່ເຂດບ້ານແຄມນໍ້າ

ສະຖານທີ່ : ເມືອງ ຈໍາພອນ, ແຂວງ ສະຫວັນນະເຂດ

ປີ : ເດືອນ ກັນຍາ 2005

 

Fishing Folk Camping out in a Riverside Village

Place:Champhone District, Savanakhet

Year : September 2005



ນໍ້າຂື້ນໃນຊ່ວງລະດູຝົນ, ນໍ້າເຊຈໍາພອນ ໄດ້ໄຫຼເຂົ້າຖ້ວມປ່າ ແລະ ທົ່ງນາ (1, 2).

ໝູ່ບ້ານທີ່ຢູ່ແຄມນໍ້າຍັງຢູ່ໃນສະພາບທໍາມະຊາດ, ປະຊາຊົນບາງຄົນອອກຈາກບ້ານໃນລະດູການຫາປາ ແລະ ອາໄສຢູ່ໃນຕູບແຄມແມ່ນໍ້າ(3, 4). ໃນໄລຍະເວລາເຂົາເຈົ້າຫາປາ, ເຂົາເຈົ້າເອົາເຄື່ອງໃຊ້ປະຈຳວັນລົງມາທີ່ຕູບ ແລະ ນອນຢູ່ທີ່ນັ້ນ.ເຄື່ອງມືຫາປາທີ່ເອີ້ນວ່າ ຕຸ້ມ ແມ່ນແຂວນຢູ່ເທິງເສົາໄມ້ນ້ອຍທີ່ຕັ້ງຢູ່ໃນແມ່ນໍ້າ (5). ໄມ້ຍາວສູງ, ທີ່ເອີ້ນວ່າ ຕຸ້ມ ກໍ່ໄດ້ຖືກຕັ້ງຂຶ້ນຢູ່ແຄມນໍ້າ (6).ຢູ່ໃກ້ກັບແມ່ນໍ້າແມ່ນມີອຸປະກອນດັກປາທີ່ເອີ້ນວ່າ ລອບ, ແຕ່ສ່ວນຫຼາຍແມ່ນຢອງຢູ່ເທິງໜ້ານໍ້າ,ອາດຈະເປັນເພາະວ່າລະດັບນໍ້າໃນແມ່ນໍ້າໄດ້ຫຼຸດລົງ (7). ນອກນັ້ນຍັງມີອຸປະກອນຫາປາຊະນິດ ໜຶ່ງ ເອີ້ນວ່າ ຈັ່ນ ມີຝາປິດລະຫວ່າງສອງຂ້າງ (4, 8). ອັນນີ້ເຮັດຂຶ້ນໂດຍການຄາດຄະເນເສັ້ນທາງໄປມາຂອງປາ.ຕາໜ່າງທີ່ມີຮູບເປັນຖົງໃຫຍ່ເອີ້ນວ່າຈິບກໍ່ເຫັນຢູ່ໃນແມ່ນໍ້າຄືກັນ. ໃນຕອນແລງ, ຊາຍຄົນໜຶ່ງກຳລັງອຸປະກອນດັກປານັ້ນ (9, 10). ຈັ່ນມີສອງຊະນິດ: ຊະນິດທີ່ໃຫຍ່ໃຊ້ໃນແມ່ນໍ້າ ແລະ ຊະນິດນ້ອຍສາມາດເບິ່ງໄດ້ຢູ່ໃນຮູບນີ້ (11, 12). ສິ່ງເຫຼົ່ານີ້ຖືກຈັດວາງໄວ້ຢູ່ໃນບ່ອນທີ່ມີ ໜອງ ຫຼືໃນນາເຂົ້າບ່ອນທີ່ປານ້ອຍອາດຈະຜ່ານໄປໄດ້.


 

Swollen during the rainy season, the Xe Champhone River overflowed into forests and paddy fields (1, 2).

In riverside villages still in a natural state, some of the people leave the village during the fishing season and live in huts by the river (3, 4). During the time they are catching fish, they bring their daily utensils down to the hut and sleep there. Fishing gear called toum are hung on a pole set up in the river (5). Tall objects, also called toum, are set up on the bank (6). Near the riverbank was a fish trap called a rorp, but it was mostly above the surface of the water, probably because the level of the water in the river had dropped (7). There is also a kind of fishing gear called a jun with a drop lid between the sides (4, 8). This is set up by anticipating the path of the fish. Large bag-shaped nets called jip were also seen in the river. In the evening, a man was setting one of them (9, 10). There are two types of jun: a large one used in rivers and the small one shown in the picture (11, 12). These are arranged in places in ponds or rice paddies where small fish are likely to pass.





ການອະນຸຍາດໃຫ້ໃຊ້ຮູບຢູ່ໃນເວັບໄຊນີ້

Mekong Watch ຖືລິຂະສິດຕໍ່ກັບຮູບພາບທັງໝົດຢູ່ໃນເວັບໄຊນີ້.
ກະລຸນາຕິດຕໍ່ຫາພວກເຮົາທີ່ info@mekongwatch.org ຖ້າທ່ານຕ້ອງການໃຊ້ຮູບຖ່າຍ ຫຼື ວິດີໂອຢູ່ໃນເວັບໄຊ ຫຼືກ່ຽວຂ້ອງກັບເວັບໄຊນີ້.

Permission to use images on this website

Mekong Watch holds the copyright to all images on this website.
Please contact us at info@mekongwatch.org if you wish to use any photographs or videos on or related to this website.
bottom of page