ສະຖານທີ່ : ແຂວງ ອັດຕະປື
ປີ : 2002, 2005, 2009, 2010 and 2012
Fishing Gear: Toum
Place:Attapeu and Savannakhet
Year : 2002, 2005, 2009, 2010 and 2012
ຕຸ້ມ ເປັນອຸປະກອນຫາປາຊະນິດ ໜຶ່ງ ທີ່ມີຮູບຮ່າງຄ້າຍຄືກັບກົງໃສ່ນົກ ແລະ ເຮັດດ້ວຍໄມ້ໄຜ່ (1). ປາກມີຝາທີ່ເຮັດດ້ວຍໄມ້ໄຜ່ (2), ເຊິ່ງປາຖືກເຫຍື່ອດຶງດູດໃຫ້ເຂົ້າໄປ, ແຕ່ອອກບໍ່ໄດ້.
ໃນປີ 2002, ໄພນໍ້າຖ້ວມຢູ່ຫຼາຍບ່ອນໃນແຂວງສະຫວັນນະເຂດເຮັດໃຫ້ນໍ້າຂື້ນມາຮອດຂ້າງຂອງຖະໜົນ, ບ່ອນທີ່ຊາຍຄົນໜຶ່ງກໍາລັງກາງ ຕຸ້ມ (3-4). ປາທີ່ໄດ້ແມ່ນ ປາມັດ (5).
ສ່ວນສຳຄັນຂອງ ຕຸ້ມ ແມ່ນເຮັດມາຈາກໄມ້ໄຜ່ (6), ແຕ່ບາງຄັ້ງຝາປິດແມ່ນເຮັດດ້ວຍວັດສະດຸທີ່ແຕກຕ່າງກັນ (7). ຕູມມີຮູບຊົງແຕກຕ່າງກັນໄປຕາມແຕ່ລະເຂດ, ຊົນເຜົ່າ ແລະ ສະຖານທີ່ ທີ່ເຂົາເຈົ້າເຮັດ (3, 7-10), ແລະ ເຫຍື່ອທີ່ໃຊ້ແມ່ນຮໍາ ຫຼື ແມງໄມ້ (11). ປະເພດປາທີ່ຫາໄດ້ກໍ່ຍັງແຕກຕ່າງກັນ.
ເພື່ອໃຊ້ຕຸ້ມ, ເຈົ້າຕ້ອງຮູ້ວ່າປາຢູ່ໃສ ແລະ ພວກມັນກິນຫຍັງ. ສໍາລັບປາກຂອງ ຕຸ້ມ ຍັງມີວິທີເຮັດຝາເພື່ອໃຫ້ປາສາມາດຜ່ານໄດ້ງ່າຍ, ແລະອັນນີ້ຕ້ອງການຄວາມຊໍານານ. ກັບດັກປາທີ່ເບິ່ງລຽບງ່າຍນີ້ແມ່ນເຕັມໄປດ້ວຍພູມປັນຍາຂອງຊາວບ້ານ.
The toum is a kind of fishing gear shaped like a bird cage and made out of bamboo (1). The mouth contains a screen of woven bamboo strips (2), through which the fish, attracted by the bait, enter but cannot leave.
In 2002, floods in several parts of Savannakhet Province brought water to the side of a road, where a man was setting toum (3-4). The fish caught were guppies (5).
The main part of the toum is woven from bamboo (6), but the lid is sometimes made of a different material (7). Toum vary in shape according to region, ethnicity and location where they are set (3, 7-10), and the bait used is rice bran or insects (11). The kinds of fish caught also differ.
To use a toum, you need to know where the fish are and what they eat. For the mouth of the toum also, there is a way to make the screen so that the fish can pass through easily, and this requires skill. This simple-looking fish trap is full of the wisdom of the people.
ການອະນຸຍາດໃຫ້ໃຊ້ຮູບຢູ່ໃນເວັບໄຊນີ້
Mekong Watch ຖືລິຂະສິດຕໍ່ກັບຮູບພາບທັງໝົດຢູ່ໃນເວັບໄຊນີ້.
ກະລຸນາຕິດຕໍ່ຫາພວກເຮົາທີ່ info@mekongwatch.org ຖ້າທ່ານຕ້ອງການໃຊ້ຮູບຖ່າຍ ຫຼື ວິດີໂອຢູ່ໃນເວັບໄຊ ຫຼືກ່ຽວຂ້ອງກັບເວັບໄຊນີ້.
Permission to use images on this website