ສະຖານທີ່ : ບ້ານໄຊ, ເມືອງໄຊເສດຖາ, ແຂວງ ອັດຕະປື
ປີ: 2012
How to Process Koy
Place:Ban Say, Saisetha District, Attapeu
Year : 2012
ກອຍ ເປັນເຄືອທີ່ເກີດໃນປ່າຊຸ່ມເຢັນ, ເປັນທີ່ຮູ້ຈັກກັນດີສໍາລັບຊາວແຂວງອັດຕະປືແມ່ນ ສອນ, ບ່ອນທີ່ມີນໍ້າຫ້ວຍໄຫຼ, ແມ່ນແຕ່ໃນລະດູຝົນກໍບໍ່ຈົມນໍ້າ (1). ສ່ວນທີ່ບໍລິໂພກແມ່ນຫົວ (2). ລະດູການເກັບກອຍແມ່ນເດືອນແປດ ຫາ ເດືອນສິບລາວ ຫຼື ເດືອນສາກົນແມ່ນ ກໍລະກົດ ຫາ ເດືອນ ກັນຍາ, ຫຼັງຈາກນັ້ນຊາວບ້ານບໍ່ໄປຂຸດອີກເພາະເປັນຍາມເຂົ້າໃໝ່ມາຮອດແລ້ວ. ໃນເມື່ອກ່ອນແມ່ນເປັນອາຫານຫຼັກທີ່ກິນແທນເຂົ້າໃນໄລຍະດັ່ງກ່າວຂອງປີ, ເຊິ່ງເປັນໄລຍະທີ່ເຂົ້າບໍ່ພໍກິນ. ປັດຈຸບັນ ເຂົ້າໄດ້ມີກິນຕະຫຼອດປີ ກອຍ ຈື່ງໄດ້ກາຍມາເປັນຂອງຫວານທີ່ກິນໃນທ້າຍລະດູຝົນ (3) . ແຕ່ປັດຈຸບັນກໍມີໜ້ອຍຄົນທີ່ຈະເຮັດກິນຢູ່ເຮືອນຍ້ອນຂັ້ນຕອນ ແລະ ເວລາທີ່ໃຊ້ໃນການແປຮູບຫຼາຍ.
ຫຼັງຈາກຂຸດເອົາຫົວກອຍ ແລ້ວ, ຫົວທີ່ຕິດກັບເຄືອແມ່ນປູກໄວ້ຄືນເພາະປີຕໍ່ໄປກອຍກໍຈະກາຍເປັນຫົວໃຫຍ່ອີກ (4). ຊາວບ້ານຕັດກອຍ ເປັນແແຜ່ນບາງໆ (5). ແຕ່ບໍ່ເອົາແຊ່ໃສ່ນໍ້າ ເພາະວ່າຖ້າ ກອຍ ປຽກມັນຈະມີຢາງເມືອກ ແລະ ເຮັດໃຫ້ຄັນເມື່ອມືເຮົາສໍາພັດ ຫຼັງຈາກຕັດແລ້ວ, ກໍ່ເອົາ ກອຍ ໃສ່ໝໍ້ ແລະ ແຊ່ນໍ້າໄວ້ສາມມື້ (6), ຫຼັງຈາກທີ່ເອົາໃບສົ້ມກົກໃສ່ນໍາ (7, 8) ລົດຊາດທີ່ສົ້ມຂອງໃບດັ່ງກ່າວຊາວບ້ານບອກວ່າເປັນການແກ້ຄວາມເມົາຂອງກອຍ. ກອຍຈະກໍ່າເມື່ອຖືກແສງແດດ, ສະນັ້ນຈຶ່ງເອົາໃບຕອງປົກໄວ້ (9). ຫຼັງຈາກນັ້ນກໍເອົາໃສ່ກະສອບ ແລະ ລ້າງໃນແມ່ນໍ້າ ຫຼື ໃນຄອງເພື່ອເອົານໍ້າສົ້ມອອກ (10). ລ້າງກອຍຈົນກວ່າບໍ່ມີນໍ້າສີຂາວອອກມາອີກ ຫຼັງຈາກນັ້ນກໍເອົາໄປຕາກໃຫ້ແຫ້ງດີ.
ກອຍ ທີ່ແຫ້ງແລ້ວສາມາດເກັບໄວ້ກິນໄດ້ຫຼາຍເດືອນ ແລະ ກ່ອນຊິເອົາມາກິນຕ້ອງເອົາໄປແຊ່ນໍ້າອີກກ່ອນ ຫຼັງຈາກນັ້ນກໍເອົາໄປໜຶ້ງຄືກັນກັບໜຶ້ງເຂົ້າໜຽວ (11,12) ໂຮຍໝາກພ້າວ ແລະ ນໍ້າຕານໃສ່ແລ້ວຈຶ່ງກິນ.
Koy is a vine that grows in the cool forests, known by the Attapeu people as sorn, where streams flow, but which are not submerged even in the rainy season (1). It is the rhizome that is eaten (2). Koy is always collected in the eighth month to the tenth month of the lunar calendar (roughly July-September), after which it is said to absorb large amounts of water, thus becoming unsuitable for consumption. It was once eaten as a staple food in place of rice at this time of year, when the year’s stockpile of rice was exhausted. Now that rice is available all year round, koy has become a snack that is eaten at the end of the rainy season (3), but fewer people make and eat it at home now because of the time and effort required for processing.
After removing the underground stems of the koy, the vines are returned to the soil so they will grow again next year (4).
The villagers cut the koy into thin strips (5), but do not soak them in water. This is because when the koy are wet, they become slippery and make the hands itch.
After cutting, the koy is placed in a pot and soaked in water for a few days (6), after which leaves of a tree called May Sai Kok (7, 8) are added. These sour-tasting leaves are said to neutralize the toxic substances in the koy. The koy turns black when exposed to light, so it is covered with banana leaves (9). It is then packed in bags and washed by treading in water in ponds or rivers to remove the lye (10). The koy is washed until no more white water is seen to come out, and then dried well.
The dried koy keeps for several months and is rehydrated before eating. It is steamed in the same way as glutinous rice (11,12) and eaten with a sprinkling of coconut or sugar (3).
ການອະນຸຍາດໃຫ້ໃຊ້ຮູບຢູ່ໃນເວັບໄຊນີ້
Mekong Watch ຖືລິຂະສິດຕໍ່ກັບຮູບພາບທັງໝົດຢູ່ໃນເວັບໄຊນີ້.
ກະລຸນາຕິດຕໍ່ຫາພວກເຮົາທີ່ info@mekongwatch.org ຖ້າທ່ານຕ້ອງການໃຊ້ຮູບຖ່າຍ ຫຼື ວິດີໂອຢູ່ໃນເວັບໄຊ ຫຼືກ່ຽວຂ້ອງກັບເວັບໄຊນີ້.
Permission to use images on this website