top of page

ສວນຄົວ

ສະຖານທີ່ : ດອນຄອນ (ສີ່ພັນດອນ) ໃນ ແຂວງ ຈໍາປາສັກ

ປີ : 2009-2011

 

Kitchen Gardens

Place:Khone Islands (Siphandone) in Champasak

Year : 2009-2011



ຢູ່ໃນບ້ານ, ຫຼາຍຄອບຄົວປູກພືດສະໜຸນໄພ ແລະ ຜັກຢູ່ໃນສວນຂອງເຂົາເຈົ້າ (1). ມີສະໜຸນໄພ ຫຼາກຫຼາຍຊະນິດ, ລວມທັງ ຫົວສີໃຄ, ຜັກຫອມລາບ, ໝາກເຜັດ ແລະ ຜັກບົ່ວປະເພດຕ່າງໆ. ໝາກຫຸ່ງດິບແມ່ນໃຊ້ປຸງແຕ່ງອາຫານ. ເນື່ອງຈາກໄກ່, ງົວ ແລະ ໝູຖືກລ້ຽງແບບປະປ່ອຍ, ຊາວບ້ານຈື່ງໄດ້ເຮັດຮົ້ວທີ່ແໜ້ນໜາເພື່ອບໍ່ໃຫ້ສັດມາກິນຜັກ (2-6).

ໃບຜັກ ແລະ ໝາກເຂືອຍັງເປັນພືດທີ່ກິນເປັນປະຈໍາ (7-11). ຊາວບ້ານໄດ້ຕັ້ງເສົາ ແລະ ຫ້າງເພື່ອໃຫ້ຜັກເລືອຂຶ້ນ (9, 10). ໝາກນັດ ແລະ ໝາກກ້ວຍກໍເຫັນມີເຊັ່ນກັນ (11, 12). ຢູ່ບ້ານແຫ່ງໜຶ່ງ ຢູ່ເທິງດອນໃນແມ່ນໍ້າຂອງ ເຂດສີພັນດອນ, ຈຳປາສັກ, ຂ້ອຍມີຄວາມປະທັບໃຈທີ່ຫຼາຍຄົນໄດ້ເບິ່ງແຍງສວນຂອງເຂົາເຈົ້າໃຫ້ມີຄວາມສວຍງາມ. ແຕ່ລະຄອບຄົວປູກພືດສະໝຸນໄພ ແລະ ຜັກປະເພດຕ່າງໆ ປະມານ 30 ຊະນິດ.

ຕົ້ນໄມ້ໃຫ້ໝາກກໍ່ໄດ້ປູກຢູ່ໃກ້ເຮືອນ (13). ຕົ້ນໄມ້ເຫຼົ່ານີ້ລວມມີຕົ້ນໄມ້ເຊັ່ນ: ໝາກຂາມ (14), ໝາກ (15), ໝາກຂຽບ (16), ໝາກມ່ວງ (17), ຕົ້ນປາມ (18) ແລະ ໝາກສິດາ (19). ມີຕົ້ນໄມ້ຫຼາຍຕົ້ນທີ່ພວກເຮົາບໍ່ຮູ້ຊື່. ຊາວບ້ານປູກພືດຊະນີດນັ້ນ ຊະນິດນີ້ຢູ່ຕະຫຼອດ (20, 21). ບາງເຮືອນມີຕົ້ນໃບເຕິຍ, ແຕ່ບໍ່ຮູ້ວ່າມັນເກີດຕາມທຳມະຊາດຫຼືຊາວບ້ານປູກ (22).

 

In the villages, many families grow herbs and vegetables in their gardens (1). There is a wide variety of herbs, including lemongrass, mint, chili peppers and different kinds of green onions. Unripe papaya is used for cooking. Since chickens, cows, and pigs are kept loose, sturdy fences are made so the animals do not eat the vegetables (2-6).

Leaf vegetables and eggplants are also standard crops (7-11). Poles and frames are set up for climbing vegetables (9, 10). Pineapples and bananas were also seen (11, 12). In a village on an island in the Mekong River in the Siphandone area, Champasak, I had the impression that many people were maintaining beautiful gardens. Each household was growing roughly 30 different kinds of herbs and vegetables.

Fruit trees are also planted near the house (13). These included trees such as tamarind (14), betel nut (15), sugar apple (16), mango (17), palm tree (18) and guava (19). There were many trees whose names we did not know. The villagers are always planting something (20, 21). Some of the houses had pandamus palms, but it is not known whether they grew naturally or were transplanted (22).

 


ການອະນຸຍາດໃຫ້ໃຊ້ຮູບຢູ່ໃນເວັບໄຊນີ້

Mekong Watch ຖືລິຂະສິດຕໍ່ກັບຮູບພາບທັງໝົດຢູ່ໃນເວັບໄຊນີ້.
ກະລຸນາຕິດຕໍ່ຫາພວກເຮົາທີ່ info@mekongwatch.org ຖ້າທ່ານຕ້ອງການໃຊ້ຮູບຖ່າຍ ຫຼື ວິດີໂອຢູ່ໃນເວັບໄຊ ຫຼືກ່ຽວຂ້ອງກັບເວັບໄຊນີ້.

Permission to use images on this website

Mekong Watch holds the copyright to all images on this website.
Please contact us at info@mekongwatch.org if you wish to use any photographs or videos on or related to this website.
bottom of page