ສະຖານທີ່ : ແຂວງ ອັດຕະປື
ປີ : 2007, 2011-2013
Logging
Place:Attapeu
Year : 2007, 2011-2013
ການຕັດໄມ້ທ່ອນເພື່ອການຄ້າຢູ່ລາວຖືກຫ້າມໃນປີ 1991.
ແນວໃດກໍ່ຕາມ, ການຕັດໄມ້ໄດ້ຖືກອະນຸຍາດໃນບ່ອນທີ່ເປັນອ່າງເກັບນໍ້າຂອງເຂື່ອນເພາະສະນັ້ນການຕັດໄມ້ຍັງສືບຕໍ່ (1). ຫຼາຍບໍລິສັດຕັດໄມ້ຂອງຫວຽດນາມໄດ້ຕັ້ງຢູ່ໃນແຂວງອັດຕະປື (2). ໃນຕອນທຳອິດ, ໂຮງເລື່ອຍ ແລະ ເດີ່ນເກັບໄມ້ບໍ່ໄດ້ມີການປີດບັງຫຍັງເລີຍ (3), ແຕ່ວ່າໄມ້ທ່ອນທີ່ເອົາມາກອງກັນໄວ້ໄດ້ຄ່ອຍໆຖືກປົກປິດບໍ່ໃຫ້ເບິ່ງເຫັນໄດ້ໂດຍອ້ອມຮອບດ້ວຍຮົ້ວ (4). ໃນປີ 2007, ພວກເຮົາປະຫຼາດໃຈທີ່ເຫັນລົດບັນທຸກຂົນໄມ້ທ່ອນຂະໜາດໃຫຍ່ລົງຕາມເສັ້ນທາງນ້ອຍໃນປ່າ (5), ແຕ່ວ່າການຕັດໄມ້ຍັງສືບຕໍ່ດໍາເນີນຢູ່ແຕ່ປີ 2012 ຫາ 2013 (6-8).
ໄມ້ແກະສະຫຼັກຮູບຄວາຍຂະໜາດເທົ່າຕົວຈິງທີ່ຂ້າພະເຈົ້າໄດ້ເຫັນຢູ່ໂຮງແຮມແຫ່ງໜຶ່ງໃນປີ 2007 ແມ່ນໄດ້ຕັດຈາກໄມ້ຕົ້ນດຽວ, ແຕ່ອາດຈະບໍ່ມີຕົ້ນໄມ້ໃຫຍ່ພໍທີ່ຈະແກະສະຫຼັກຮູບປັ້ນແບບນີ້ອີກແລ້ວຢູ່ໃນແຂວງອັດຕະປືອີກ (9).
Commercial logging was banned in Laos in 1991.
However, it is permitted to fell trees in locations that are to become dam reservoirs and therefore logging continues (1). Many Vietnamese logging companies were based In Attapeu (2). At first, sawmills and timber yards were not hidden (3), but gradually the lumber gathered together was hidden from view by surrounding it with screen fencing (4). In 2007, we were surprised to see a truck carrying large logs down in a forest (5), but logging was still continuing from 2012 to 2013 (6-8).
The life-sized sculpture of a water buffalo I saw at a hotel in 2007 was cut out of a single tree, but there are probably no trees big enough to carve such a sculpture in Attapeu anymore (9).
ການອະນຸຍາດໃຫ້ໃຊ້ຮູບຢູ່ໃນເວັບໄຊນີ້
Mekong Watch ຖືລິຂະສິດຕໍ່ກັບຮູບພາບທັງໝົດຢູ່ໃນເວັບໄຊນີ້.
ກະລຸນາຕິດຕໍ່ຫາພວກເຮົາທີ່ info@mekongwatch.org ຖ້າທ່ານຕ້ອງການໃຊ້ຮູບຖ່າຍ ຫຼື ວິດີໂອຢູ່ໃນເວັບໄຊ ຫຼືກ່ຽວຂ້ອງກັບເວັບໄຊນີ້.
Permission to use images on this website