top of page

ບ້ານທີ່ຢູ່ກັບບຶງ

ສະຖານທີ່ : ເມືອງ ຈໍາພອນ, ແຂວງ ສະຫວັນນະເຂດ

ປີ : 2011

 

A Village Coexisting with its Marsh

Place:Champhone District, Savannakhet

Year : 2011




ບ້ານພອນເມືອງ ມີບຶງໃຫຍ່ເອີ້ນວ່າ ບຶງສະອາ, ບ່ອນທີ່ຊາວບ້ານຫາປາຫຼາຍ. ມີເຄື່ອງມືຫາປາຢູ່ທົ່ວທຸກບ່ອນຕາມອ້ອມແອ້ມເຮືອນ (1). ຢູ່ລຸ່ມເຮືອນທີ່ມີພື້ນຍົກຂຶ້ນສູງ, ຜູ້ຍິງຄົນໜຶ່ງກຳລັງຕໍ່າຫູກ (2). ຕູບທີ່ບໍ່ມີປ່ອງຢ້ຽມແມ່ນເລົ້າເຂົ້າ (3). ຢູ່ທາງໜ້າເຮືອນມີກອງຟືນ, ມີເຄື່ອງມືຫາປາທີ່ວາງໄວ້ຢູ່ເທິງ ເອີ້ນວ່າ ລອບ (4, 5). ນອກນັ້ນຍັງມີເຄື່ອງມືຫາປາຊະນິດໜຶ່ງທີ່ ເອີ້ນວ່າ ໄຊ (6). ເຄື່ອງມືຫາປາທັງໝົດລ້ວນແຕ່ສານດ້ວຍໄມ້ໄຜ່ຢ່າງປານີດ. ກະຊໍ້ ເປັນເຄື່ອງມືທີ່ໃຊ້ເພື່ອຄ້ອນນໍ້າອອກຈາກບຶງ ແລະ ທົ່ງນາ (7), ແຕ່ຈຸດປະສົງຂອງການຄ້ອນນໍ້າອອກປົກກະຕິແມ່ນເພື່ອຫາປາ. ຊາວບ້ານຍັງຄິດວ່າ ກະຊໍ້ ເປັນອຸປະກອນຫາປາປະເພດໜຶ່ງ.

ໜ່າງຂະໜາດໃຫຍ່ທີ່ເອີ້ນວ່າ ຈິບ ແມ່ນໃຊ້ໃນແມ່ນໍ້າ (8, 9).

 

Phorn Muang Village has a large marsh called Sa-aa Marsh, where the villagers do a lot of fishing. There are fishing gear everywhere around the house (1). Under a house with a raised floor, a woman was working at a loom (2). The hut with no windows is a rice barn (3). In front of the house was a pile of firewood, on which were placed fishing gear called lorp (4, 5). There was also a kind of fishing gear called a sai (6). All the fishing gear was carefully woven from bamboo. A gasor is a tool used to bail water out of marshes and paddy fields (7), but the purpose of bailing out water is often to catch fish. The villagers also think of the gasor as a kind of fishing gear.

A large net called a jip is used in rivers (8, 9).


 



ການອະນຸຍາດໃຫ້ໃຊ້ຮູບຢູ່ໃນເວັບໄຊນີ້

Mekong Watch ຖືລິຂະສິດຕໍ່ກັບຮູບພາບທັງໝົດຢູ່ໃນເວັບໄຊນີ້.
ກະລຸນາຕິດຕໍ່ຫາພວກເຮົາທີ່ info@mekongwatch.org ຖ້າທ່ານຕ້ອງການໃຊ້ຮູບຖ່າຍ ຫຼື ວິດີໂອຢູ່ໃນເວັບໄຊ ຫຼືກ່ຽວຂ້ອງກັບເວັບໄຊນີ້.

Permission to use images on this website

Mekong Watch holds the copyright to all images on this website.
Please contact us at info@mekongwatch.org if you wish to use any photographs or videos on or related to this website.
bottom of page