top of page

ການປູກຝັງແຄມແມ່ນ້ໍາ

ສະຖານທີ່: ແຂວງ ອັດຕະປື, ຈໍາປາສັກ, ຫຼວງພະບາງ, ສະຫວັນນະເຂດ

ປີ: 2005, 2011 (ສະຫວັນນະເຂດ), 2008 (ຈໍາປາສັກ), 2009 (ຫຼວງພະບາງ)

 

Riverside Agriculture

Place:Attape, Champasak, Luang Pabang, Savannakhet

Year: 2005, 2011 (Savannakhet), 2008 (Champasak), 2009 (Luang Pabang)




ການປູກຝັງຢູ່ຕາມແຄມແມ່ນໍ້າຂອງຕອນລຸ່ມຂອງແມ່ນເຫັນໄດ້ທົ່ວໄປບໍ່ພຽງແຕ່ຢູ່ໃນລາວເທົ່ານັ້ນ ແຕ່ຢູ່ໃນປະເທດໄທ ແລະ ກຳປູເຈຍນໍາດ້ວຍ. ແມ່ນໍ້າທັງໝົດທີ່ຢູ່ໃນອ່າງແມ່ນໍ້າຂອງ, ບ່ອນທີ່ລະດູຝົນ ແລະ ລະດູແລ້ງມີຄວາມຊັດເຈນ, ລະດັບນໍ້າຫຼຸດລົງຢ່າງຫຼວງຫຼາຍໃນລະດູແລ້ງ, ແລະ ເພີ່ມຂຶ້ນສູ່ຈຸດສູງສຸດຂອງຝັ່ງແມ່ນໍ້າຂອງ, ຫຼືບາງເທື່ອລົ້ນເຂົ້າໄປໃນດິນທາມ ແລະ ນາເຂົ້າ, ໃນຊ່ວງລະດູຝົນ. ການປູກຝັງແຄມແມ່ນໍ້າຂອງເປັນວິທີການທີ່ດີເລີດ ເພາະມີຜົນກະທົບຕໍ່ສິ່ງແວດລ້ອມຕໍ່າ ແລະ ຕ້ອງການ ການລົງທຶນໜ້ອຍ. ທຸກປີ, ເນື່ອງຈາກແມ່ນໍ້າໄດ້ນຳເອົາຂີ້ຕົມທີ່ອຸດົມສົມບູນລົງມາຈາກເຂດເທິງ, ເຮັດໃຫ້ພື້ນທີ່ດິນຟື້ນຟູຄືນມາໃໝ່ ສະນັ້ນຄວາມເສຍຫາຍຈາກການປູກພືດຢ່າງຕໍ່ເນື່ອງບໍ່ແມ່ນເລື່ອງທີ່ໜ້າເປັນຫ່ວງ. ເຖິງແມ່ນວ່າໃນລະດູແລ້ງ, ບໍ່ຈໍາເປັນຕ້ອງກັງວົນກ່ຽວກັບວ່າຈະຂາດນໍ້າເນື່ອງຈາກວ່າມີແມ່ນໍ້າຢູ່ໃກ້.

ແຕ່ວິທີການປູກນີ້ປັດຈຸບັນແມ່ນມີຄວາມສ່ຽງ. ຢູ່ຫຼາຍບ່ອນ, ລະດັບນໍ້າບໍ່ຫຼຸດລົງພຽງພໍ ແມ່ນແຕ່ໃນລະດູແລ້ງເນື່ອງຈາກການປ່ອຍນໍ້າອອກຈາກເຂື່ອນໄຟຟ້າ. ນອກຈາກນັ້ນ, ບາງຄັ້ງຜັກຖືກພັດໄຫຼໄປຈາກການນໍ້າທີ່ປ່ອຍມາຈາກບໍລິສັດຜະລິດໄຟຟ້າ. ການປ່ອຍນໍ້າທີ່ບໍ່ສະໝໍ່າສະເໝີຍັງເຮັດໃຫ້ເກີດການເຊາະເຈື່ອນຕາມແຄມແມ່ນໍ້າ, ເຮັດໃຫ້ພື້ນທີ່ກະສິກຳສູນເສຍໄປ. ໃນໄລຍະຍາວ, ການຕົກຕະກອນຂອງເຂື່ອນຈະຫຼຸດປະລິມານຂອງຕະກອນທີ່ໄຫຼລົງລຸ່ມ ແລະແຄມຝັ່ງແມ່ນໍ້າ ຈະສືບຕໍ່ຖືກເຊາະເຈື່ອນ. ມີຂົວຂ້າມແມ່ນໍ້າກະດິງຢູ່ໃນເສັ້ນທາງເລກທີ 13 ໃນພາກໃຕ້ຂອງລາວ,ຈາກບ່ອນທີ່ຄັ້ງໜຶ່ງສາມາດເຫັນທົ່ງນາທີ່ສວຍງາມທີ່ມີຄວາມກວ້າງຫຼາຍກວ່າ 10 ແມັດໃນລະດູແລ້ງ. ແຕ່ມັນຍັງເປັນແນວນັ້ນຢູ່ບໍ?

ຢູ່ແຂວງຫຼວງພະບາງ, ນອກຈາກເຂື່ອນທີ່ສ້າງຂຶ້ນຢູ່ໃນຕອນເທິງຂອງແມ່ນໍ້າຂອງໃນປະເທດຈີນ, ເຂື່ອນຫຼວງພະບາງຍັງມີແຜນຈະສ້າງຢູ່ໃນແມ່ນໍ້າຂອງຕອນລຸ່ມ. ຍິ່ງໄປກວ່ານັ້ນ, ການກໍ່ສ້າງເຂື່ອນນໍ້າຕົກຍັງກຳລັງດຳເນີນຢູ່ໃນແມ່ນໍ້າອູ, ສາຂາຂອງແມ່ນໍ້າຂອງ.

 

Riverbank farming along the lower reaches of the Mekong River is commonly seen not only in Laos but also in Thailand and Cambodia. In all of the rivers in the Mekong River basin, where the monsoon has a clear rainy season and dry season, the water level drops significantly in the dry season, and rises to the top of the riverbanks, or even overflows into wetlands and rice paddies, during the rainy season. Riverside agriculture is an excellent farming method that has low environmental impacts and requires little investment. Every year, as the river carries fertile mud down from the upper reaches, rejuvenating the topsoil, damage from continuous cropping is not a concern. Even in the dry season, there is no need to worry about water shortages because the river is close at hand.

But this farming method is now at risk. In many places, water levels do not drop sufficiently even in the dry season due to water discharges from hydropower dams. In addition, vegetables are sometimes washed away by the water discharges that accompany power generation. Irregular water discharges also erode the riverbanks, causing the farmland itself to be lost. In the long term, dam sedimentation will reduce the amount of sediment that flows downstream, and the riverbanks will continue to be eroded. There is a bridge across the Kadin River on Route 13 in the southern part of Laos, from which could once be seen beautiful fields with a width of more than 10 meters in the dry season. But is it still so?

In Luang Pabang, in addition to dams constructed in the upper reaches of the Mekong River in China, the Luang Pabang Dam is also planned to be built in the mainstream Mekong River. Furthermore, the construction of a cascade dam is also under way in the Ou River, a tributary of the Mekong River.



 


ການອະນຸຍາດໃຫ້ໃຊ້ຮູບຢູ່ໃນເວັບໄຊນີ້

Mekong Watch ຖືລິຂະສິດຕໍ່ກັບຮູບພາບທັງໝົດຢູ່ໃນເວັບໄຊນີ້.
ກະລຸນາຕິດຕໍ່ຫາພວກເຮົາທີ່ info@mekongwatch.org ຖ້າທ່ານຕ້ອງການໃຊ້ຮູບຖ່າຍ ຫຼື ວິດີໂອຢູ່ໃນເວັບໄຊ ຫຼືກ່ຽວຂ້ອງກັບເວັບໄຊນີ້.

Permission to use images on this website

Mekong Watch holds the copyright to all images on this website.
Please contact us at info@mekongwatch.org if you wish to use any photographs or videos on or related to this website.
bottom of page