ສະຖານທີ່ : ບ້ານລະຫານ້ຳ, ເມືອງ ຈໍາພອນ, ແຂວງ ສະຫວັນນະເຂດ
ປີ : ເດືອນ ສິງຫາ 2001
Fish that Run Upstream
Place:Lahanam Village, Champorne District, Savannakhet
Year : August 2001
ໃນເວລາທີ່ທີມຄົ້ນຄວ້າໄດ້ໄປຢ້ຽມຢາມບ້ານແຫ່ງໜຶ່ງເພື່ອເຮັດການຄົ້ນຄ້ວາ, ປາຈຳນວນຫຼວງຫຼາຍໄດ້ຖືກນຳມາເຮືອນທີ່ພວກເຮົາພັກຢູ່ ໃນຕອນເຊົ້າມື້ໜຶ່ງ. ປາກົດວ່າເຂົາເຈົ້າຫາໄດ້ໃນຕອນກາງຄືນກ່ອນ. ນີ້ແມ່ນປາທີ່ຄົນທ້ອງຖິ່ນເອີ້ນວ່າ ປາຂາວຄ້າວ (ອາດຈະແມ່ນ Wallago Attu). ໃນລະດູຝົນ, ແມ່ນໍ້າສາຍຫຼັກຂຶ້ນອາດຈະເຊື່ອມຕໍ່ກັບໜອງ, ບຶງ ແລະ ອື່ນໆ ທີ່ເປັນເສັ້ນທາງໄຫຼເກົ່າຂອງແມ່ນໍ້າ. ຄືນທຳອິດທີ່ນໍ້າໃນແມ່ນໍ້າຂື້ນຫຼາຍໃນຕອນຕົ້ນລະດູຝົນ, ປາຈຳນວນຫຼວງຫຼາຍລອຍເຂົ້າໄປໃນຊ່ອງທາງທີ່ນຳໄປສູ່ເສັ້ນທາງໄຫຼເກົ່າຂອງແມ່ນໍ້າ, ພວກມັນອາດຈະໄປວາງໄຂ່. ເພື່ອຈັບປາເຫຼົ່ານີ້, ຊາວບ້ານໄດ້ຕັ້ງອຸປະກອນຫາປາຢູ່ໃນຊ່ອງທາງນໍ້າໄຫຼ.
ໃນອະດີດ, ບໍ່ພຽງແຕ່ຢູ່ໃນບ້ານນີ້ເທົ່ານັ້ນແຕ່ຢູ່ໃນທົ່ວປະເທດ, ເນື່ອງຈາກວ່າປາໄດ້ບໍລິໂພກຢູ່ພາຍໃນບ້ານເທົ່ານັ້ນ, ຊາວບ້ານຈຶ່ງບໍ່ໄດ້ຈັບປາຫຼາຍກ່ວາທີ່ເຂົາເຈົ້າຕ້ອງການ. ແນວໃດກໍ່ຕາມ, ເມື່ອການພັດທະນາມີຄວາມກ້າວໜ້າ ແລະ ປາກໍ່ສາມາດສົ່ງໄປທາງໄກໄດ້, ການຫາປາຫຼາຍເກີນຂອບເຂດແມ່ນໄດ້ແຜ່ຫຼາຍ. ນອກຈາກນັ້ນ, ເສັ້ນທາງໄຫຼຂອງສາຍນໍ້າເກົ່າບໍ່ໄດ້ເຊື່ອມຕໍ່ກັບແມ່ນໍ້າອີກແລ້ວເນື່ອງຈາກການນໍາໃຊ້ທີ່ດິນໃນການເຮັດຊົນລະປະທານ. ເຂື່ອນຕ່າງໆຕາມລຳແມ່ນໍ້າຂອງ ແລະ ສາຂາຂອງມັນກໍ່ຄິດວ່າໄດ້ສົ່ງຜົນກະທົບຕໍ່ທີ່ຢູ່ອາໄສຂອງປາ.
When the research team was visiting a village for research, a large quantity of fish was brought to the house where we were staying one morning. They had apparently been caught during the night before.
This was a fish locally called paakao (possibly Wallago Attu).
In the rainy season, the mainstream of a swollen river may become connected to oxbow lakes, marshes and so on that are part of the old course of the river. On the first night of a large rise in the river early in the rainy season, large numbers of fish enter the channels leading to the old river course, probably for spawning. Aiming to catch some of these fish, the villagers had set up fishing devices in the water channels.
In the past, not only in this village but all over the country, since the fish were only consumed in the village, villagers did not catch more fish than they needed. However, as development progressed and it became possible to ship fish long distances, overfishing became more prevalent. In addition, the old river courses no longer connected to the river due to reclamation or irrigation. Dams along the mainstream Mekong River and its tributaries are also thought to have affected the fish’s habitat.
ການອະນຸຍາດໃຫ້ໃຊ້ຮູບຢູ່ໃນເວັບໄຊນີ້
Mekong Watch ຖືລິຂະສິດຕໍ່ກັບຮູບພາບທັງໝົດຢູ່ໃນເວັບໄຊນີ້.
ກະລຸນາຕິດຕໍ່ຫາພວກເຮົາທີ່ info@mekongwatch.org ຖ້າທ່ານຕ້ອງການໃຊ້ຮູບຖ່າຍ ຫຼື ວິດີໂອຢູ່ໃນເວັບໄຊ ຫຼືກ່ຽວຂ້ອງກັບເວັບໄຊນີ້.
Permission to use images on this website